Wednesday, August 27, 2008

ຜົນສະທ້ອນ ແບຣດເລ

ອີງຕາມການຢັ່ງສຽງຂອງປະຊາຊົນອະເມຣິກາທົ່ວປະເທດ ໃນສັປດາກ່ອນກອງປະຊຸມຫລວງ ຂອງພັກເດໂມກຣາດ ຄະແນນຂອງ ໂອບາມາ ກັບມັກແຄນໄລ່ເລັ່ຽກັນທີ່ສຸດໂດຍແຕ່ລະຝ່າຍໄດ້ ຄະແນນຣະຫວ່າງ 45%.

ເປັນຫຍັງ ໂອບາມາຈຶ່ງໄຫ້ມັກເຄນນຳທັນໄດ ທັ້ງຯທີ່ າງສຽງນິຍົມ ຂອງພັກຣີປະບລິແກນຕົກຕໍ່າ ເສຖກິດພາຍໃນປະເທດຫົດຕົວ ຄົນຫວ່າງງານນັບມີ້ນັບຫລາຍຂື້ນ ສົງຄາມອີຣັກແລະອັຟງານີສຕານ ຂາດຄວາມນິຍົມຈາກປະຊາຊົນ?

ເຫດຜົນທີ່ຊ່າລືກັນມີຫລາຍອັນ. ເຊັ່ນວ່າ
ທາງຝ່າຍຂວາຈັດຂອງພັກ ຣິປະບລີກັນ ໄດ້ຣະດົມບັນດາຖັນແຖວ ຂອງຕົນຢ່າງດຸເດືອດ ໂດຍໄຫ້ເຂົາກ່າວຫາໂຈມຕີວ່າ ໂອບາມາເປັນມູສລີມ ໂອບາມາບໍ່ເປັນອະເມຣີກາພໍ ໂອບາມາຂາດປະສົບປະການທີ່ຈະເປັນຜູ່ນຳ ຯຯຯ ການໂຄສະນາຊ່ວນເຊຶ່ອຄັ້ງນີ້ປາກົດວ່າ ໄດ້ຜົລເພາະຫລາຍຄົນກໍຫລົງເຊື່ອ ຊຶ່ງມັນບົ່ງບອກທີ່ຄະແນນມັກເຄສໄດ້ນຳຂຶ້ນມາທັນ ໂອບາມາ.

ຕຶ່ມຫຍຸ້ງເຂົ້າໄປນັ້ນ ທາງສະມາຊິກຂອງພັກ ເດໂມກຣາດເອງ ທີ່ເຄີຍສນັບສນູນກລິນເຕິນ ກໍຄຽດໄຫຍ່ວ່າໂອບາມາ
ບໍ່ໄດ້ເລືອກຄົນຂອງຕົວເອງເປັນຜູ່ຮອງ. ບາງຄົນກໍເວົ້າເຕັມສົບເຕັມປາກວ່າ ຈະໂຕນຄ້າຍໄປປ່ອນບັດໃຫ້ ມັກແຄນ. ທາງພັກ ເດໂມກຣາດແລະກລິນເຕິນ ກໍຍັງຫວຸ້ນກັນ ຢ່າງໄຫຍ່ໃນກອງປະຊຸມຫຼວງ ແລະຕ້ອງໄດ້ເສັຍເວລາ ແລະສັບສິນ ຫາທາງອອຍໄຈ ໃຫ້ພວກນີ້ມາ ສນັບສນູນ ໂອບາມາ ແທນທີ່ຈະມາເວົ້າເຖິງ ນະໂຍບາຍຂອງພັກແລະສລອງຜຸ່ນຳໄຫມ່ ຂອງພັກຕົວເອງ ໃຫ້ປະຊາຊົນທົ່ວປະເທດແລະທົ່ວໂລກຟັງ.

ເມື່ອເບິ່ງໄປມູມນຶ່ງແລ້ວ ເຫດຜົນທັງຫມົດທີ່ກ່າວມາຂ້າງເທິງນີ້ພຽງພໍບໍ ທີ່ພາໃຫ້ຫາງສຽງຂອງ
ໂອບາມາ ລົງໄວປານນີ້? ຫຼືວ່າມີເບື້ອງຫຼັງອື່ນສັຍຊ້ອນເຂົ້າມາຫຼາຍກ່ວາ?

ຫຼາຍຄົນຍັງສົງໄສວ່າ ເຫດຜົລໄຫຍ່ ອາດຈະແມ່ນສິ່ງທີ່ຄົນບໍ່ຢາກເວົ້າໃນວົງກ້ວາງ. ສິ່ງນັ້ນຄືເຣື່ອງຜິວຂອງ ໂອບາມາ. ເພາະວ່າໂດຍສ່ວນຕົວແລ້ວ ອະເມຣີກາຂາວຫລາຍຄົນຍັງຂ້ອງຄາໄຈຢູ່ນຳການເລືອກເອົາ ຄົນຜີວດຳ ຂຶ້ນມາເປັນປະທານະທີບໍດີ. ແຕ່ມີນ້ອຍຄົນຢາກເປີດເຜີຍ ເພາະວ່າຢ້ານຜູ່ອື່ນປະນາມວ່າ ຕົນເປັນຄົນແຍກຜີວ.

ອີງຕາມປະຫັວດສາດຂອງການເລືອກຕັ້ງທີ່ມີຜູ່ແຂ່ງຄົນຂາວ ກັບ​ຄົນບໍ່ແມ່ນຜີວຂາວນັ້ນ ການຢັ່ງສຽງ ກ່ອນການເລືອກຕັ້ງ ນັ້ນບໍ່ແນ່ນອນ. ຕົວເລກອາດຈະຖືກບິດເບືອນເຖິງ 10%. ຕົວຢ່າງ ຖ້າການຢັ່ງສຽງອອກມາວ່າ ຄົນຈະປ່ອນເອົາໂອບາມາມີ 45% ແຕ່ຕົວຈິງແທ້ ອາດຈະມີແຕ່ ປະມານ 40% ເທົ່ານັ້ນທີ່ຈະເລືອກເອົາ ຜູ່ກ່ຽວ.

ເຫດການແບບນີ້ເຄີຍເກີດຂຶ້ນໃນສມັຍ ເຈົ້າເມືອງຂອງ ລົສແອນເຈີແລສ ທອມ ແບຣດເລ (Tom Bradley)ເປັນຄົນດຳ ເຂົ້າແຂ່ງກັບ ຈອກ ດຸກເມຈັນ (George Deukmejian)ເປັນຄົນຂາວ ເພື່ອຊິ່ງເອົາຕ່ຳແຫນ່ງຜູ່ປົກຄອງ(Governor) ຣັຖກາລີຟໍເນັຽ ໃນປີ 1982 ຈົນທາງນັກຄົ້ນຄ້ວາແລະ ນັກວິຈານການເມືອງອະເມຣີກັນຕັ້ງຊື່ໃຫ້ວ່າ "ຜົນສະທ້ອນ ແບຣດເລ" (Bradley Effect ).

ກ່ອນມື້ເລືອກຕັ້ງບໍ່ພໍເທົ່າໄດມື້ ຄະແນນຂອງຢັ່ງສຽງຂອງທຸກບໍຣີສັດວ່າ
ທອມ ແບຣດເລ ນຳຫນ້າຈອກ ດຸກເມຈັນ ຢ່າງຫລາຍ. ແຕ່ຜົລຂອງການເລືອກຕັ້ງອອກ ດຸກເມຈັນ ຊນະແບຣດເລ ແບບມິ່ນໆ.

ທາງບໍຣີສັດງົງໄປ ວ່າການຢັ່ງສຽງຂອງຕົວເອງຄືມາຜິດພາດຫຼາຍແທ້. ເມື່ອສືບມາຕອນທີ່ຫຼັງຈຶ່ງເຂົ້າໄຈວ່າ ໃນບັນດາຂອງ ຜູ່ທີ່ຖືກຢັ່ງສຽງສ່ວນຫຼາຍແລ້ວແມ່ນຄົນຂາວ. ຂ້າເຈົ້າບໍ່ຢາກເວົ້າ ຄວາມຈິງ
ໃຫ້ຄົນຟັງ ເພາະວ່າຢ້ານຜູ່ອື່ນປະນາມວ່າ ຕົນເປັນຄົນແຍກຜີວ.

ແຕ່ພໍຮອດມື້ປ່ອນບັດເລີຍອອກສຽງຕາມລຳພັງໄຈຕົວເອງຢູ່ຫລັງຜ້າກັ້ງ. ຜົລອອກມາກໍເລີຍເອີ້ນກັນວ່າ "ຜົນສະທ້ອນ ແບຣດເລ".

ບັນຫານີ້ກໍເປັນສີ່ງທີ່ພາໃຫ້ຄ້າຍໂອບາມາ ຄຶດສົມຄວານເພາະວ່າ
ໂອບາມາ ກໍໄດ້ຊີມຫຼົດຊາດ "ຜົນສະທ້ອນ ແບຣດເລ"ຄັ້ງນຶ່ງ ຕອນແຂ່ງກັນກັບກລິນເຕິນ ທີ່ຣັຖນີວແຮມເຊີ (New Hampshire). ຕອນຕົ້ນການຢັ່ງຫາງສຽງໃດກໍວ່າ ໂອບາມາຈະຊນະ ແຕ່ຕອນສຸດທ້າຍແມ່ນກລິນເຕິນເປັນຜູ່ມີໄຊ.

ສນັ້ນ ຖ້າຕິດຕາມເບິ່ງຕໍ່ໄປ ວ່າການເລືອກຕັ້ງຄັ້ງປະຫວັດນີ້ ຈະຄືບຫນ້າໄປທາງໃດ? ແລະລອງເບິ່ງຕໍ່ໄປ ວ່າປະຊາຊົນອະເມຣິກາ ສ່ວນຫຼາຍໄດ້ບັນຣຸເຖິງຂັ້ນ "ຕາບອດສີ" ແລ້ວບໍ?