ເສຖກິດແບບຍ່ອຍ ປະກອບດ້ວຍ ກົດຣະບຽບ ແລະສະພາບແວດລ້ອມ ຂອງການດຳເນີນທຸຣະກິດທັງຫມົດ ຂອງປະເທດ. ການປະຕິຮູບ ໄນສີ່ງດັ່ງກ່າວນີ້ ຈະມີຜົນສະທ້ອນບໍ່ນ້ອຍ ມາໄຫ້ແກ່ປະເທດຊາດ ແລະປວງຊົນ.
ຖ້າລັບຕາເຮັດ ແນ່ນອນ ຈະມີສ່ວນພາໄຫ້ເສຖກິດພາຍໄນປະເທດ ຫຼ້າຫຼັງ ແລະສ້າງຄວາມທຸກຍາກ ມາໄຫ້ ແກ່ປະຊາຊົນ ໂດຍສະເພາະ ໄນດ້ານການດຶງດູດທຶນຮອນ ຈາກນາຍທຶນຕ່າງປະເທດ ເພາະວ່າ ໄນທັສນະ ຂອງນາຍທຶນ ກ່ອນທີ່ຈະລົງທຶນໄນປະເທດໄດປະເທດນຶ່ງ ຂ້າເຈົ້າຈະຄົ້ນຄວ້າ ແລະສຶກສາຢ່າງຖີ່ຖ້ວນ ເຖິງອົງປະກອບທີ່ກ່າວມາ ຂ້າງເທິງນີ້ ເຊັ່ນຕົວຢ່າງ:
- ກົດຣະບຽບໄນ ການເປີດທຸຣະກິດ ງ່າຍຫຼືຍາກປານໄດ ແລະຈະໄຊ້ເວລາພ້ອມດ້ວຍຕົ້ນທຶນ ນ້ອຍຫຼາຍປານໄດ?
- ກົດຣະບຽບໄນການ ເອົາພນັກງານເຂົ້າ ຫຼືອອກການ ເຂັ່ງຂັດປານໄດ?
- ກົດຣະບຽບໄນການ ປະຕິບັດ ສັນຍາການຄ້າ ສັກສິດປານໄດ?
- ການກູ້ເງິນ ເພື່ອຂະຍາຍທຸຣະກິດ ເປີດກວ້າງຫຼາຍປານໄດ?
- ກົດຣະບຽບໄນການ ປິດທຸຣະກິດ ທີ່ລົ້ມຣະລາຍຫຼືກຳລັງລົ້ມເຫລວນັ້ນ ສະດວກຫຼືວ່າ ລຳບາກປານໄດ?
ຕື່ມເຂົ້າໄປອີກ ກໍຍັງມີອົງປະກອບທີ່ສຳຄັນ ອີກອັນນື່ງ ຊຶ່ງພາໄຫ້ເສຖກິດຫຼ້າຫຼັງ ນັ້ນກໍຄື ການຂາດອຸປກອນ ແລະຂາດຄວາມສະດວກ ຂອງການຮ່ວມວຽກງານ ເປັນຕົ້ນແມ່ນ ຣະບົບໂທຣະຄົມະນາຄົມ ຊຶ່ງໄນນັ້ນມີໂທຣະສັບມືຖື ແລະ ເຄືອຄ່າຍອິນເຕີແນດ ເປັນຕົວຢ່າງ. ໄນໂລກການຄ້າປັດຈຸບັນ ທີ່ມີການແຂ່ງຂັນໄນຂັ້ນ ອັນດັບໂລກ ແມ່ນຈຳເປັນທີ່ສຸດ ທີ່ຣະບົບການຕິດຕໍ່ຈະຕ້ອງທັນສພາບຂອງໂລກ ທາງດ້ານເຕັກໂນໂລຈີ ແລະຕ້ອງໄຫ້ມີທົ່ວເຖິງແກ່ ປະຊາຊົນທົ່ວ ປະເທດ.
ຖ້າຈະແປໄສ່ສະພາບຕົວຈິງໄນປັດຈຸບັນຂອງ ສປປ ລາວແລ້ວ ກໍຫມາຍຄວາມວ່າ ມື້ໄດຮັຖບານລາວ ຕັດສິນໄຈ ແລະຈິງໄຈສາມາດ ເຮັດຕາມສິ່ງ ທີ່ເລົ່າມານີ້ໄດ້ ມື້ນັ້ນ ເສຖກິດທັງປະເທດ ກໍຈະເລີ້ມກ້າວໜ້າ ໄປໄນທິດທາງ ທີ່ຖຶກຕ້ອງ ແລະວ່ອງໄວ. ແຕ່ຂໍ້ສຳຄັນທີ່ສຸດ ແມ່ນປະຊາຊົນລາວທັງຫມົດ ຕ້ອງຕື່ນຕົວ ແລະ ກ້າເຊື່ອ ຄວາມສລາດສ່ອງໄສ ຂອງຕົນເອງ ບໍ່ແມ່ນອີ່ງໄສ່ ຄວາມສລາດຂອງພັກ ແລະລັດ ຫຼືຜູ່ໄດທັງສິ້ນ.