Friday, September 05, 2008

ໃຜຈະຊນະ?


ເປັນທາງການຄັກແລ້ວວ່າ ພັກເຣປະບລິກັນ ເລືອກເອົາພໍ່ຕູ້ "ຈອນ ມັກເຄນ" ອະດີດສເລີຍເສິກສົງຄາມອິນໂດຈີນ ອາຍຸ 72 ປີ ມາປະຊັນກັນກັບອ້າຍຫນຸ່ມລູກຊອດ "ໂອບາມາ" ອາຍຸ 47 ປີ ຜູ່ຕາງຫນ້າຂອງ ພັກເດໂມກຣາດ.
  • ດຽວນີ້ ທາງວົງການກາຊີໂນທົ່ວໂລກ ຂ້າເຈົ້າອອກແຕ້ມມາວ່າ ໂອບາມາເປັນຕົວຕໍ່(-200) ແລະ ມັກເຄນເປັນຕົວລອງ (+250)
  • ຫາງສຽງໂອບາມາ ນຳຫນ້າ ມັກເຄນ 48% ຕໍ່ 44% ອີງຕາມການຢັ່ງສຽງຂອງ ບໍຣິສັດ ງາລອບ(Gallup) ຣະຫວ່າງວັນທີ່ 2 ຫາ ວັນທີ່ 4 ຂອງເດືອນກັນຍາ (9). ແຕ່ພວກທີ່ຍັງລັງເລໄຈ(Undecided) ມີປະມານ 8%.
ອີກສອງເດືອນຂ້າງຫນ້ານີ້ ທ່ານຄິດວ່າໃຜລະ ຈະໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະຫວັດສາດຊຸດນີ້?

Wednesday, August 27, 2008

ຜົນສະທ້ອນ ແບຣດເລ

ອີງຕາມການຢັ່ງສຽງຂອງປະຊາຊົນອະເມຣິກາທົ່ວປະເທດ ໃນສັປດາກ່ອນກອງປະຊຸມຫລວງ ຂອງພັກເດໂມກຣາດ ຄະແນນຂອງ ໂອບາມາ ກັບມັກແຄນໄລ່ເລັ່ຽກັນທີ່ສຸດໂດຍແຕ່ລະຝ່າຍໄດ້ ຄະແນນຣະຫວ່າງ 45%.

ເປັນຫຍັງ ໂອບາມາຈຶ່ງໄຫ້ມັກເຄນນຳທັນໄດ ທັ້ງຯທີ່ າງສຽງນິຍົມ ຂອງພັກຣີປະບລິແກນຕົກຕໍ່າ ເສຖກິດພາຍໃນປະເທດຫົດຕົວ ຄົນຫວ່າງງານນັບມີ້ນັບຫລາຍຂື້ນ ສົງຄາມອີຣັກແລະອັຟງານີສຕານ ຂາດຄວາມນິຍົມຈາກປະຊາຊົນ?

ເຫດຜົນທີ່ຊ່າລືກັນມີຫລາຍອັນ. ເຊັ່ນວ່າ
ທາງຝ່າຍຂວາຈັດຂອງພັກ ຣິປະບລີກັນ ໄດ້ຣະດົມບັນດາຖັນແຖວ ຂອງຕົນຢ່າງດຸເດືອດ ໂດຍໄຫ້ເຂົາກ່າວຫາໂຈມຕີວ່າ ໂອບາມາເປັນມູສລີມ ໂອບາມາບໍ່ເປັນອະເມຣີກາພໍ ໂອບາມາຂາດປະສົບປະການທີ່ຈະເປັນຜູ່ນຳ ຯຯຯ ການໂຄສະນາຊ່ວນເຊຶ່ອຄັ້ງນີ້ປາກົດວ່າ ໄດ້ຜົລເພາະຫລາຍຄົນກໍຫລົງເຊື່ອ ຊຶ່ງມັນບົ່ງບອກທີ່ຄະແນນມັກເຄສໄດ້ນຳຂຶ້ນມາທັນ ໂອບາມາ.

ຕຶ່ມຫຍຸ້ງເຂົ້າໄປນັ້ນ ທາງສະມາຊິກຂອງພັກ ເດໂມກຣາດເອງ ທີ່ເຄີຍສນັບສນູນກລິນເຕິນ ກໍຄຽດໄຫຍ່ວ່າໂອບາມາ
ບໍ່ໄດ້ເລືອກຄົນຂອງຕົວເອງເປັນຜູ່ຮອງ. ບາງຄົນກໍເວົ້າເຕັມສົບເຕັມປາກວ່າ ຈະໂຕນຄ້າຍໄປປ່ອນບັດໃຫ້ ມັກແຄນ. ທາງພັກ ເດໂມກຣາດແລະກລິນເຕິນ ກໍຍັງຫວຸ້ນກັນ ຢ່າງໄຫຍ່ໃນກອງປະຊຸມຫຼວງ ແລະຕ້ອງໄດ້ເສັຍເວລາ ແລະສັບສິນ ຫາທາງອອຍໄຈ ໃຫ້ພວກນີ້ມາ ສນັບສນູນ ໂອບາມາ ແທນທີ່ຈະມາເວົ້າເຖິງ ນະໂຍບາຍຂອງພັກແລະສລອງຜຸ່ນຳໄຫມ່ ຂອງພັກຕົວເອງ ໃຫ້ປະຊາຊົນທົ່ວປະເທດແລະທົ່ວໂລກຟັງ.

ເມື່ອເບິ່ງໄປມູມນຶ່ງແລ້ວ ເຫດຜົນທັງຫມົດທີ່ກ່າວມາຂ້າງເທິງນີ້ພຽງພໍບໍ ທີ່ພາໃຫ້ຫາງສຽງຂອງ
ໂອບາມາ ລົງໄວປານນີ້? ຫຼືວ່າມີເບື້ອງຫຼັງອື່ນສັຍຊ້ອນເຂົ້າມາຫຼາຍກ່ວາ?

ຫຼາຍຄົນຍັງສົງໄສວ່າ ເຫດຜົລໄຫຍ່ ອາດຈະແມ່ນສິ່ງທີ່ຄົນບໍ່ຢາກເວົ້າໃນວົງກ້ວາງ. ສິ່ງນັ້ນຄືເຣື່ອງຜິວຂອງ ໂອບາມາ. ເພາະວ່າໂດຍສ່ວນຕົວແລ້ວ ອະເມຣີກາຂາວຫລາຍຄົນຍັງຂ້ອງຄາໄຈຢູ່ນຳການເລືອກເອົາ ຄົນຜີວດຳ ຂຶ້ນມາເປັນປະທານະທີບໍດີ. ແຕ່ມີນ້ອຍຄົນຢາກເປີດເຜີຍ ເພາະວ່າຢ້ານຜູ່ອື່ນປະນາມວ່າ ຕົນເປັນຄົນແຍກຜີວ.

ອີງຕາມປະຫັວດສາດຂອງການເລືອກຕັ້ງທີ່ມີຜູ່ແຂ່ງຄົນຂາວ ກັບ​ຄົນບໍ່ແມ່ນຜີວຂາວນັ້ນ ການຢັ່ງສຽງ ກ່ອນການເລືອກຕັ້ງ ນັ້ນບໍ່ແນ່ນອນ. ຕົວເລກອາດຈະຖືກບິດເບືອນເຖິງ 10%. ຕົວຢ່າງ ຖ້າການຢັ່ງສຽງອອກມາວ່າ ຄົນຈະປ່ອນເອົາໂອບາມາມີ 45% ແຕ່ຕົວຈິງແທ້ ອາດຈະມີແຕ່ ປະມານ 40% ເທົ່ານັ້ນທີ່ຈະເລືອກເອົາ ຜູ່ກ່ຽວ.

ເຫດການແບບນີ້ເຄີຍເກີດຂຶ້ນໃນສມັຍ ເຈົ້າເມືອງຂອງ ລົສແອນເຈີແລສ ທອມ ແບຣດເລ (Tom Bradley)ເປັນຄົນດຳ ເຂົ້າແຂ່ງກັບ ຈອກ ດຸກເມຈັນ (George Deukmejian)ເປັນຄົນຂາວ ເພື່ອຊິ່ງເອົາຕ່ຳແຫນ່ງຜູ່ປົກຄອງ(Governor) ຣັຖກາລີຟໍເນັຽ ໃນປີ 1982 ຈົນທາງນັກຄົ້ນຄ້ວາແລະ ນັກວິຈານການເມືອງອະເມຣີກັນຕັ້ງຊື່ໃຫ້ວ່າ "ຜົນສະທ້ອນ ແບຣດເລ" (Bradley Effect ).

ກ່ອນມື້ເລືອກຕັ້ງບໍ່ພໍເທົ່າໄດມື້ ຄະແນນຂອງຢັ່ງສຽງຂອງທຸກບໍຣີສັດວ່າ
ທອມ ແບຣດເລ ນຳຫນ້າຈອກ ດຸກເມຈັນ ຢ່າງຫລາຍ. ແຕ່ຜົລຂອງການເລືອກຕັ້ງອອກ ດຸກເມຈັນ ຊນະແບຣດເລ ແບບມິ່ນໆ.

ທາງບໍຣີສັດງົງໄປ ວ່າການຢັ່ງສຽງຂອງຕົວເອງຄືມາຜິດພາດຫຼາຍແທ້. ເມື່ອສືບມາຕອນທີ່ຫຼັງຈຶ່ງເຂົ້າໄຈວ່າ ໃນບັນດາຂອງ ຜູ່ທີ່ຖືກຢັ່ງສຽງສ່ວນຫຼາຍແລ້ວແມ່ນຄົນຂາວ. ຂ້າເຈົ້າບໍ່ຢາກເວົ້າ ຄວາມຈິງ
ໃຫ້ຄົນຟັງ ເພາະວ່າຢ້ານຜູ່ອື່ນປະນາມວ່າ ຕົນເປັນຄົນແຍກຜີວ.

ແຕ່ພໍຮອດມື້ປ່ອນບັດເລີຍອອກສຽງຕາມລຳພັງໄຈຕົວເອງຢູ່ຫລັງຜ້າກັ້ງ. ຜົລອອກມາກໍເລີຍເອີ້ນກັນວ່າ "ຜົນສະທ້ອນ ແບຣດເລ".

ບັນຫານີ້ກໍເປັນສີ່ງທີ່ພາໃຫ້ຄ້າຍໂອບາມາ ຄຶດສົມຄວານເພາະວ່າ
ໂອບາມາ ກໍໄດ້ຊີມຫຼົດຊາດ "ຜົນສະທ້ອນ ແບຣດເລ"ຄັ້ງນຶ່ງ ຕອນແຂ່ງກັນກັບກລິນເຕິນ ທີ່ຣັຖນີວແຮມເຊີ (New Hampshire). ຕອນຕົ້ນການຢັ່ງຫາງສຽງໃດກໍວ່າ ໂອບາມາຈະຊນະ ແຕ່ຕອນສຸດທ້າຍແມ່ນກລິນເຕິນເປັນຜູ່ມີໄຊ.

ສນັ້ນ ຖ້າຕິດຕາມເບິ່ງຕໍ່ໄປ ວ່າການເລືອກຕັ້ງຄັ້ງປະຫວັດນີ້ ຈະຄືບຫນ້າໄປທາງໃດ? ແລະລອງເບິ່ງຕໍ່ໄປ ວ່າປະຊາຊົນອະເມຣິກາ ສ່ວນຫຼາຍໄດ້ບັນຣຸເຖິງຂັ້ນ "ຕາບອດສີ" ແລ້ວບໍ?

Tuesday, January 30, 2007

ໂອ! ດອກຈຳປາ....

ຣະບົບ ຣຸ່ນຫຼ້າສຸດຂອງ ວີນໂດ ວິສຕາ (Windows Vista) ໄດ້ອອກມາແລ້ວມື້ນີ້ ພ້ອມ ກັບຕົວອັກສອນລາວ ດອກຈຳປາ ຊຶ່ງເປັນ ຕົວອັກສອນແບບຢູນີໂກດ . ບັດນີ້ ການຂຽນແລະອ່ານພາສາ ລາວທາງຄອມປຸເຕີ ກໍຈະສະດວກ ແລະກ້າວຫນ້າຂຶ້ນກ່ວາເກົ່າ. ພວກເຮົາບໍ່ຕ້ອງໄດ້ຫຍຸ້ງນຳ ຟົນຕ່າງຯນາຯອີກແລ້ວ. ສາທຸ ສາທຸ...ມາຊ້າແດ່ນ້ອຍນຶ່ງ ກໍຍັງດີກ່ວາບໍ່ມາເລີຍ ນໍ!!!!

ຂໍໄຫ້ພາສາລາວ ຈົ່ງຫມັ້ນຄົງ....

Wednesday, January 03, 2007

ລາວໝຶນ ອີກແລ້ວ

To read Lao characters in this blog, please use Firefox browser and Phetsarath OT (Lao Unicode Font)

ເຈົ້າໜ້າທີ່ລາວໄນໝຶນໄຫ້ ຄໍລັມຂອງ ບາງກອກປົສ (BankokPost) ວ່າການເປິດຂົວ ມຸກດາຫານ ຈະພາໄຫ້ມີ ໂສເພນີເພື້ມຂຶ້ນ ໄນເມືອງສວັນນະເຂດ. ເພີ່ນພາກັນ ຈົ່ມວ່າ ໄທຍເວົ້າແບບນີ້ ແມ່ນໄທຍດູຖູກລາວ!!!.

ບ໊າ!!!!...ມັນແມ່ນແທ້ບໍ? ຫຼືວ່າຕົວເອງ ມີປູມດ້ອຍເອງ ຮື້?

ຖ້າມາເບິ່ງໄນສະພາບຕົວຈິງແລະຫລັກຂອງເສຖກິດທົ່ວໄປແລ້ວ ຄໍລັມທີ່ກ່າວມານີ້ກໍບໍ່ມີຫຍັງໄໝ່. ຕາບໄດທີ່ມີການເປີດກວ້າງ ການຊື້ຂາຍ ການສັນຈອນແລະການທ່ອງທ່ຽວ ຕາບນັ້ນຈະມີເງື່ອນໄຂຮຽກຮ້ອງຫາ ຕລາດບັນເທິງເພີ້ມຂຶ້ນ ໄນນັ້ນ ກໍຕ້ອງມີສຸຣາ ນາຣີ.

ໄນປັດຈຸບັນນີ້ມັນກໍເປັນທື່ຮັບຮຸ້ກັນແບບບໍ່ເປັນທາງການ ວ່າປະເພດບັນເທຶງ ແລະສັພຍະກອນມະນຸດ ລາວທີ່ ໄດ້ຖືກລໍ່ຫຼອມ ມີປະສິດທິພາບ ໄນຣະດັບມາຕຖານ ແລະຮັບໄຊ້ຕລາດໄດ້ຜົນດີທີ່ສຸດ ນັ້ນກໍຄື ການໂສເພນີ ແລະສາວນ້ອຍລາວ ທື່ຍຶດຖືອາຊີບ ນາງສາວບໍຣີການ .

ການຮຽນອາຊີບດັ່ງກ່າວ ກໍບໍ່ໄດ້ຍາກພໍເທົ່າໄດ ແລະກໍບໍ່ໄດ້ສິ້ນເປືອງ ງົບປະມານການສຶກສາ ຂອງລັດຈັກກີບເລີຍ. ພ້ອມນັ້ນຂ້າເຈົ້າ ຍັງໄດ້ເພີ້ມພູນຜລິດຜົນໄຫ້ ແກ່ການຜລິດຂອງຊາດ(GDP) ບໍ່ນ້ອຍ ໂດຍສະເພາະໄນການຂຍາຍຕົວຂອງຕລາດ ການທ່ອງທ່ຽວຂອງລາວ ຊຶ່ງນຳເອົາ ຣາຍໄດ້ມາໄຫ້ ສປປ ລາວຢ່າງມາກມາຍ.

ແຕ່ຍ້ອນກຽດ ແລະການຂາດຄວາມສາມາດປະເຊີນໜ້າ ກັບຄວາມຈິງຂອງຜຸ່ນຳລາວ ບັນດາບຸກຄົນເຫຼົ່ານີ້ ຈຶ່ງຖືກລັດແລະສັງຄົມ ລັງກຽດ ແລະໄຈ້ແຍກຂ້າເຈົ້າໄວ້ ເປັນໄພແລະເສດຂອງສັງຄົມ. ຫາກມີການ ກ່າວເຖິງເຣື່ອງນີ້ຂຶ້ນ ເທື່ອໄດແລ້ວ ທາງການ ກໍໂວຍວາຍຂຶ້ນເທື່ອນັ້ນ.

ແນວຄິດອັນຫຼ້າຫຼັງທີ່ປະຕິເສດຄວາມຈິງຕລອດ ຈະສືບຕໍ່ໄປຮອດໄສ? ຍັງບໍ່ເຫັນເທື່ອບໍ ວ່າຕາບໄດປະຊາຊົນຂອງ ຕົວເອງຍັງທຸກ ແລະປະເທດທັງປະເທດຍັງແບມືຂໍໝູ່ກິນຢູ່ ເພື່ອນບ້ານເຂົາກໍເບິ່ງຕົວເອງຕຳ່ ເຂົາຢາກເວົ້າຫຍັງ ເຂົາກໍເວົ້າ. ບາດສຸດທ້າຍມາ ແລ້ວມາໝຶນຢຸ່ ຜູ່ດຽວ.

ຈັກຊິໂວຍວາຍຂຶ້ນມາເຮັດຫຍັງ ເພາະມັນເປັນຄວາມຈິງຢຸ່ແລ້ວ. ທາງທີ່ດີແລ້ວ ທາງລັດ ຄວນຈະຍອມຮັບສະພາບ ຫາວິທີຊ່ວຍ ພນັກງານບັນເທິງພວກນີ້ ປົກປ້ອງ ຕົວເອງ ບໍ່ໄຫ້ ຂ້າເຈົ້າແປດພຍາດທາງເພດ ຫຼືຊຸກຍູ້ ໄຫ້ຂ້າເຈົ້າກະຕຽມ ແລະຊອກຫາ ອາຊີບອື່ນ ທີ່ປອດໄພ ມີອະນາຄົດ ແລະມີຄວາມຫວັງ.

ແຕ່ກໍໜ້າເສັຍດາຍ ສິ່ງເຫຼົ່ານີ້ ຄືຈະເປັນໄປໄດ້ຍາກ ເພາະຜູ່ນຳ ພ້ອມເຈົ້າໜ້າທີ່ລາວສ່ວນຫຼາຍ ກໍຍັງເມົາກິນ ເມົາຫຼິ້ນ ແຂ່ງຮັ່ງແຂ່ງມີ ແລະຊິງອຳນາດສ່ວນຕົວ ຈາກກັນຢຸ່.


Tuesday, December 26, 2006

ການປະຕິຮູບເສຖກິດ ແບບຍ່ອຍ

Use Firefox browser and Phetsarath OT (Lao Unicode Font) to read Lao characters in this blog.

ເສຖກິດແບບຍ່ອຍ ປະກອບດ້ວຍ ກົດຣະບຽບ ແລະສະພາບແວດລ້ອມ ຂອງການດຳເນີນທຸຣະກິດທັງຫມົດ ຂອງປະເທດ. ການປະຕິຮູບ ໄນສີ່ງດັ່ງກ່າວນີ້ ຈະມີຜົນສະທ້ອນບໍ່ນ້ອຍ ມາໄຫ້ແກ່ປະເທດຊາດ ແລະປວງຊົນ.

ຖ້າລັບຕາເຮັດ ແນ່ນອນ ຈະມີສ່ວນພາໄຫ້ເສຖກິດພາຍໄນປະເທດ ຫຼ້າຫຼັງ ແລະສ້າງຄວາມທຸກຍາກ ມາໄຫ້ ແກ່ປະຊາຊົນ ໂດຍສະເພາະ ໄນດ້ານການດຶງດູດທຶນຮອນ ຈາກນາຍທຶນຕ່າງປະເທດ ເພາະວ່າ ໄນທັສນະ ຂອງນາຍທຶນ ກ່ອນທີ່ຈະລົງທຶນໄນປະເທດໄດປະເທດນຶ່ງ ຂ້າເຈົ້າຈະຄົ້ນຄວ້າ ແລະສຶກສາຢ່າງຖີ່ຖ້ວນ ເຖິງອົງປະກອບທີ່ກ່າວມາ ຂ້າງເທິງນີ້ ເຊັ່ນຕົວຢ່າງ:
  1. ກົດຣະບຽບໄນ ການເປີດທຸຣະກິດ ງ່າຍຫຼືຍາກປານໄດ ແລະຈະໄຊ້ເວລາພ້ອມດ້ວຍຕົ້ນທຶນ ນ້ອຍຫຼາຍປານໄດ?
  2. ກົດຣະບຽບໄນການ ເອົາພນັກງານເຂົ້າ ຫຼືອອກການ ເຂັ່ງຂັດປານໄດ?
  3. ກົດຣະບຽບໄນການ ປະຕິບັດ ສັນຍາການຄ້າ ສັກສິດປານໄດ?
  4. ການກູ້ເງິນ ເພື່ອຂະຍາຍທຸຣະກິດ ເປີດກວ້າງຫຼາຍປານໄດ?
  5. ກົດຣະບຽບໄນການ ປິດທຸຣະກິດ ທີ່ລົ້ມຣະລາຍຫຼືກຳລັງລົ້ມເຫລວນັ້ນ ສະດວກຫຼືວ່າ ລຳບາກປານໄດ?
ຖ້າສິ່ງທີ່ກ່າວມາຂ້າງເທິງນີ້ ໄຫ້ຄວາມສະດວກແກ່ນາຍທຶນ ແລະ ປະຊາຊົນໂດຍສ່ວນຫຼາຍແລ້ວ ມັນຈະພາໄຫ້ມີບັນຍາກາດ ດີ້ນຮົນ ເອົາຕົວພົ້ນຂື້ນຈາກຄວາມທຸກຈາກປະຊາຊົນເອງ ບໍ່ຈຳເປັນທີ່ຣັຖບານ ຈະຕ້ອງມາຫຍຸ້ງກ່ຽວນຳ ທຸຣະກິດຂອງຂ້າເຈົ້າ. ອັນນີ້ເປັນຄວາມເຫັນ ຂອງນັກເສຖກິດ ຂອງທະນາຄານໂລກ ທ່ານ ແອກນັງໂດ ເດີ ໂສໂຕ (Hernando de Soto).

ຕື່ມເຂົ້າໄປອີກ ກໍຍັງມີອົງປະກອບທີ່ສຳຄັນ ອີກອັນນື່ງ ຊຶ່ງພາໄຫ້ເສຖກິດຫຼ້າຫຼັງ ນັ້ນກໍຄື ການຂາດອຸປກອນ ແລະຂາດຄວາມສະດວກ ຂອງການຮ່ວມວຽກງານ ເປັນຕົ້ນແມ່ນ ຣະບົບໂທຣະຄົມະນາຄົມ ຊຶ່ງໄນນັ້ນມີໂທຣະສັບມືຖື ແລະ ເຄືອຄ່າຍອິນເຕີແນດ ເປັນຕົວຢ່າງ. ໄນໂລກການຄ້າປັດຈຸບັນ ທີ່ມີການແຂ່ງຂັນໄນຂັ້ນ ອັນດັບໂລກ ແມ່ນຈຳເປັນທີ່ສຸດ ທີ່ຣະບົບການຕິດຕໍ່ຈະຕ້ອງທັນສພາບຂອງໂລກ ທາງດ້ານເຕັກໂນໂລຈີ ແລະຕ້ອງໄຫ້ມີທົ່ວເຖິງແກ່ ປະຊາຊົນທົ່ວ ປະເທດ.

ຖ້າຈະແປໄສ່ສະພາບຕົວຈິງໄນປັດຈຸບັນຂອງ ສປປ ລາວແລ້ວ ກໍຫມາຍຄວາມວ່າ ມື້ໄດຮັຖບານລາວ ຕັດສິນໄຈ ແລະຈິງໄຈສາມາດ ເຮັດຕາມສິ່ງ ທີ່ເ​ລົ່າມານີ້ໄດ້ ມື້ນັ້ນ ເສຖກິດທັງປະເທດ ກໍຈະເລີ້ມກ້າວໜ້າ ໄປໄນທິດທາງ ທີ່ຖຶກຕ້ອງ ແລະວ່ອງໄວ. ແຕ່ຂໍ້ສຳຄັນທີ່ສຸດ ແມ່ນປະຊາຊົນລາວທັງຫມົດ ຕ້ອງຕື່ນຕົວ ແລະ ກ້າເຊື່ອ ຄວາມສລາດສ່ອງໄສ ຂອງຕົນເອງ ບໍ່ແມ່ນອີ່ງໄສ່ ຄວາມສລາດຂອງພັກ ແລະລັດ ຫຼືຜູ່ໄດທັງສິ້ນ.

Monday, December 25, 2006

ຂ່າວດີສຳລັບການພິມແລະອ່ານ ພາສາລາວໄນ ອິນເຕີແນດ

ໄດ້ຮັບຂ່າວດີວ່າ ພາສາລາວ ຖືກບັນຈຸຢູ່ໄນ ວິນໂດ ວິສຕາ Windows Vista ທີ່ຈະອອກມາ ໄນຕົ້ນປີ 2007. ອັນນີ້ ມັນກໍ ໝາຍຄວາມວ່າ ການໝູນໄຊ້ພາສາລາວເຮົາໄນ ອິນເຕີແນດ ກໍຈະມີຄວາມສະດວກ ທຽບເທົ່າກັບພາສາໄທ. ພວກເຮົາຈະບໍ່ໄດ້ ງົມປ່ຽນ ຕົວອັກສອນກັບໄປກັບມາ ຄືດັ່ງທີ່ໄດ້ເຮັດມາ. ຫຼາຍຄົນກໍຈະມີກຳລັງໄຈ ​ລົງຂຽນເປັນພາສາລາວ ເພີ້ມຂຶ້ນ.

ພວກເຮົາພາກັນຟັງຂ່າວຄືບໜ້າຕໍ່ໄປນໍ...

Saturday, February 04, 2006

ຢຸນີໂກດ ພາສາລາວ

ດຽວນີ້ການດີດພິມພາສາລາວ ເພື່ອໄຫ້ອ່ານໄດ້ໄນອິນເຕີແນຕ (Internet) ນັ້ນ ກໍ່ກ້າວໜ້າ ແລະສະດວກຫລາຍພໍສົມຄວນແລ້ວ. ແຕ່ກອ່ນມີການນຳໄຊ້ອັກສອນ ຢູນີໂກດ(Unicode) ນັ້ນ ການອ່ານພາສາລາວໄນ ອີນເຕີແນຕ ຕ້ອງໄດ້ໄຊ້ແບບ ກ່າຍຫຣືຕັດ ແລ້ວ ເປິໄສ່ (Cut or Copy and Paste) ເປັນສ່ວນໄຫຍ່ ຊຶ່ງສ້າງອຸປສັກໄຫ້ແກ່ຜູ່ອ່ານຢ່າງຫຼວງຫຼາຍ.

ຖ້າຫາກໄຜສົນໄຈຢາກຄົ້ນຄ້ວາ ກ່ຽວກັບການນຳໄຊ້ ຕົວອັກສອນຢູນີໂກດນີ້ ກະຣຸນາໄປເບິ່ງ ຂໍ້ມູນທີ່ laosoftware.com ຫຼືບໍ່ດັ່ງນັ້ນໄຫ້ໄປກວດເບິ່ງຢູ່ທີ່ນີ້ ກໍໄດ້.

ອີງຕາມປະສົບປະການສ່ວນຕົວແລ້ວ ຂ້ອຍເຫັນວ່າ Lao Unikey Keyboard(LUK) ຂອງ Laosoftware.com ນັ້ນໄຊ້ໄດ້ງ່າຍດີ. ຕົວຢ່າງໄນການທີ່ຂຽນບົດທີ່ທ່ານອ່ານນີ້ ຂ້ອຍໄດ້ພິມໄສ່ ຫນ້າຈໍຂອງ **ບລອກ** ໂດຍກົງ ໂດຍບໍ່ຕ້ອງຜ່ານ ໂປຣແຄຣມພິມດີດແບບ Word ເປັນຕົ້ນ. ຕົວອັກສອນລາວ ກໍອອກມາແບບອະໂຕໂນມັດ ຊຶ່ງແມ່ນຕົວອັກສອນ Arial Unicode MS. ການຜັດປ່ຽນຣະຫວ່າງ ອັກສອນລາວແລະອັກສອນ ລາຕິນ(Latin)ກໍສະດວກດີ ພຽງແຕ່ກົດປຸ່ມໜູ ຕາມຄວາມແນະນຳເທົ່ານັ້ນ.

ຂໍ້ເຕືອນ...ເງື່ອນໄຂຂ້າງເທິງປາກົດວ່າໄຊ້ໄດ້ຜົນດີນຳສະເພາະ ຟາຍຟອກ (Firefox browser) ເທົ່ານັ້ນ ສະເພາະ ເອກສະປລໍເລີ (Explorer) ນັ້ນ ບໍ່ໄດ້ຮັບຜົນດີປານໄດ.